ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ທົດ​ລອງ​ເຄື່ອງບິນ​ລຳລຽງ​ ບໍ່​ມີ​ຄົນ​ຂັບ HH-100 UAV


     ລັດ​ວິດ​ສາ​ຫະ​ກິດ​ອຸດສາຫະກຳ​ການບິນ​ຂອງ​ ຈີນ ໄດ້​ທົດ​ລອງ​ບິນ​ສຳລັບ​ເຄື່ອງບິນ​ລຳລຽງ​ບໍ່​ມີ​ຄົນ​ຂັບ​ຮຸ້ນ HH-100 UAV. ເຄື່ອງບິນ
ດັ່ງກ່າວ ສາມາດ​ບັນທຸກ​ນ້ຳໜັກ​ໄດ້​ປະມານ 2 ໂຕນ, ຄວາມ​ໄວໃນການ​ບິນ​ໄດ້​ປະມານ 300 ກິໂລແມັດ​ຕໍ່​ຊົ່ວໂມງ, ປະຕິບັດ​ການບິນ​ໄດ້​ໄກ​
ສຸດ 5.000 ແມັດ, ໂດຍ​ໄດ້​ສຳເລັດ​ການບິນ​ທົດ​ສອບ​ຂັບ​ເຄື່ອນ​ໄດ້​ເປັນ​ຢ່າງ​ດີ, ເຊິ່ງ​ບິນ​ທົດ​ລອງ​ຢູ່​ສະໜາມ​ບິນ Yangchang ຕັ້ງ​ຢູ່​ທາງ
ພາກ​ຕາເວັນຕົກ​ສ່ຽງ​ໃຕ້​ຂອງ​ມົນທົນ​ຊີ​ຮຸນ. ສື່​ທາງ​ການ​ຈີນ​ລະບຸ​ວ່າ: ຕົ້ນ​ແບບ​ຂອງ​ເຄື່ອງບິນ​ລຳລຽງ​ບໍ່​ມີ​ຄົນ​ຂັບ​ຮຸ້ນ​ນີ້, ຖືກ​ປະກອບ​ສ້າງ​ເຕັມ
​ຮູບ​ແບບ​ໃນ​ເດືອນ ທັນວາ 2023, ກ່ອນ​ຈະ​ເຄື່ອນ​ຍ້າຍ​ມາ​ສະໜາມ​ບິນ Yangchang. ເຄື່ອງບິນ​ຮຸ້ນ​ນີ້, ຈະ​ນຳ​ໃຊ້​ເຂົ້າ​ໃນ​ພາລະກິດ​ຂົນ
ສົ່ງ​ກຳລັງ​ຊ້ອມ​ແປງ​ໃນ​ລະດັບ​​ພາກ​ພື້ນ, ພາລະກິດ​ການ​ເຝົ້າ​ລະວັງ​ກວດກາ​ປ່າໄມ້ ແລະ ກວດກາ​ໄຟ​ໄໝ້​ປ່າ, ພາລະກິດ​ບັນເທົາ​ໄພພິບັດ ແລະ
​ພາລະກິດ​ການ​ເຮັດ​ຝົນ​ທຽມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/04/2024